ຄວາມເປັນມາຂອງກຸ່ມ
📌ກຸ່ມ CEIT Software ແມ່ນກຸ່ມແນວໃດ? ຄຳຖາມທີ່ຫຼາຍຄົນສົງໄສເມື່ອເຂົ້າມາເພສຂອງພວກເຮົາ ແລະ ມື້ນີ້ເຮົາຈະມານຳສະເໜີກ່ຽວກັບກຸ່ມຂອງພວກເຮົາໃຫ້ທຸກຄົນໄດ້ຟັງນຳກັນ.
📍CEIT Software ແມ່ນໜື່ງໃນກຸ່ມກິດຈະກຳຂອງພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເປັນບ່ອນທີ່ເຕົ້າໂຮມຜູ້ທີ່ມີຄວາມສົນໃຈໃນສາຍງານດ້ານການຜະລິດ ແລະ ພັດທະນາລະບົບຊັອບແວ ເຊິ່ງກຸ່ມຂອງພວກເຮົາເປັນກຸ່ມທີ່ແບ່ງປັນຄວາມຮູ້, ແນະນໍາແນວທາງໃຫ້ຜູ້ທີ່ມີຄວາມສົນໃຈທາງດ້ານການພັດທະນາຊັອບແວໃຫ້ມີຄວາມເຂົ້າໃຈທາງດ້ານຊັອບແວຫຼາຍຂື້ນ ແລະ ນຳເອົາໄປພັດທະນາໃນຕໍ່ໜ້າໄດ້.
ຈຸດປະສົງ ແລະ ເປົ້າໝາຍຂອງກຸ່ມພວກເຮົາແມ່ນ:
- ພັດທະນາ , ປັບປຸງ , ອັບເດດເວັບໄຊ ແລະ ລະບົບຂອງພາກວິຊາ.
- ເຜີຍແຜ່ຄວາມຮູ້ທາງດ້ານການພັດທະນາທັງໃນດ້ານ Hard skill & Soft skill.
- ວິໄຈ ແລະ ພັດທະນາຜະລິດຕະພັນທາງດ້ານຊອບແວຂຶ້ນມານຳໃຊ້.
- ຝຶກອົບຮົມໃຫ້ຄວາມຮູ້ສະມາຊິກພາຍໃນກຸ່ມ ແລະນັກສຶກສາພາຍໃນພາກວິຊາ.
ນອກຈາກກຸ່ມຂອງພວກເຮົາຍັງໄດ້ພັດທະນາຜະລິດຕະພັນທາງດ້ານຊັອບແວຕ່າງໆຂຶ້ນມານຳໃຊ້ໃຫ້ເກີດປະໂຫຍດບໍ່ວ່າຈະເປັນ : Web site , Application , ລະບົບຕ່າງໆພາຍໃນພາກວິຊາ ແລະ ໃນກຸ່ມຂອງພວກເຮົາຍັງມີສະມາຊິກທີ່ມີຄວາມສາມາດໃນດ້ານຂອງ Cyber Security ອີກດ້ວຍ. ພວກເຮົາຍັງຜັກດັນໃຫ້ສະມາຊິກມີຄວາມກ້າໃນການເຂົ້າສູ່ເວທີການແຂ່ງຂັນຕ່າງໆເພື່ອຫາປະສົບການ ແລະ ພັດທະນະຂີດຄວາມສາມາດຂອງຕົນເອງຂື້ນໄປເລື່ອຍໆ.
👉🏻ແລ້ວ...ໃຜແນ່ທີ່ເຂົ້າມາສຶກສາແລກປ່ຽນກັບກຸ່ມພວກເຮົາໄດ້?
ນັກສຶກສາທຸກຄົນໃນພາກວິຊາ CEIT ທີ່ສົນໃຈທາງດ້ານການພັດທະນາຊັອບແວສາມາດເຂົ້າປຶກສາ ແລະ ມາແລກປ່ຽນແນວຄິດກັບພວກເຮົາໄດ້. ນອກນີ້ ຖ້າຫາກທ່ານໃດມີຄວາມສົນໃຈກໍ່ສາມາດ Inbox ເຂົ້າ Page ຂອງພວກເຮົາເພື່ອມາແລກປ່ຽນຄວາມຮູ້ນຳກັນໄດ້ເດີ🥳
ເງື່ອນໄຂການສະໝັກເປັນສະມາຊິກ
1./ ເປັນນັກສຶກສາປີໜຶ່ງ ຫຼື ປີສອງ (ພາກປົກກະຕິ) ຂອງ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ.
2./ ມີຄວາມສົນໃຈໃນເລື່ອງຂອງຊອບແວ.
3./ ເປັັນຄົນທີ່ມັກຮຽນຮູ້, ມີຄວາມຮັບຜິດຊອບ ແລະ ພ້ອມທີ່ຈະຮຽນຮູ້ໄປກັບພວກເຮົາ.
4./ ເປັນຄົນທີ່ພ້ອມຈະແບ່ງປັນຄວາມຮູ້ຂອງຕົນເອງກັບຜູ້ອື່ນໄດ້.
Address
ພາກວິຊາ ວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ
Development by: MR. Sanxay MANIVONG
Phone
021 312 198
Email : devof@fe-nuol.edu.la
Office : ຄະນະວິສະວະກຳສາດ
Social